签署太阳能综合开发项目谅解备忘录

太阳能综合开发项目签字仪式(MOU

老挝人民民主共和国政府与Phongsupthavy路桥,建筑和灌溉建设有限公司之间的Xaysomboun,Houaphanh,Savannakheth,Xekong和Attapue省的水电联合发电,总容量为1.180 KWh,8月,万象首都 2020年12月12日

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ແກ່ ຫົວພັນ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ແກ່ ຫົວພັນ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ເພື່ອຮັບໃຊ້ໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດ ( COVID-19 ) ໂດຍມີໜ້າກາກອະນາໄມທາງການແພດ, ໜ້າກາກ N95 , ຊຸດປ້ອງກັນ ( PPE ) ທຳມພດາຄົບຊຸດ, ຊຸດປ້ອງກັນ ( PPE ) 3M, ເຈວລ້າງມື, ເຄື່ອງແທກອຸນຫະພູມ, ຖົງມື, ເຫຼົ້າ 90 ແລະ ເງິນສົດ ລວມທັງໝົດເປັນມູນຄ່າ 228,250,000 ກີບ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ແກ່ ຊຽງຂວາງ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ແກ່ ຊຽງຂວາງ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ  ເພື່ອຮັບໃຊ້ໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດອັກເສບປອດ ( COVID-19 ) ໂດຍມີໜ້າກາກອະນາໄມທາງການແພດ, ໜ້າກາກ N95 , ຊຸດປ້ອງກັນ ( PPE ) ທຳມພດາຄົບຊຸດ, ຊຸດປ້ອງກັນ ( PPE ) 3M, ເຈວລ້າງມື, ເຄື່ອງແທກອຸນຫະພູມ, ຖົງມື, ເຫຼົ້າ 90 ແລະ ເງິນສົດ ລວມທັງໝົດເປັນມູນຄ່າ 261,450,000 ກີບ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ກັບກະຊວງສາທາລະນະສຸກ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ກັບກະຊວງສາທາລະນະສຸກ

ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ມອບອຸປະກອນການແພດ ໃຫ້ກັບກະຊວງ ສາທາລະນະສຸກ ເພື່ອຕໍ່ສູ້ກັບ ຈຸລະໂລກ COVID-19 ປະກອບມີ ຊຸດປ້ອງກັນພະຍາດ 3M ຈຳນວນ 200 ຊຸດ, ເຄື່ອງວັດແທກໄຂ້ ຈຳນວນ 150 ເຄື່ອງ, ຖົງມືອະນາໄມ ຈຳນວນ 10 ແກັດ.

Phongsuothavy Group

彭莎塔维路桥房屋水利灌溉建设有限公司于2020年03月12日
承租 MU航空公司Boing 737 – 800飞机 MU9005航班,赠送200,000 个N95号卫生口罩 和 800,000个医用口罩 总额1,157,465美元,以捐助中国政府、捐撑武汉县,抵制通过新型COVID19冠状病毒疫情

ພິທີມອບໜ້າກາກ ອານາໄມ ຈຳນວນ 1,000,000 ອັນ ໃຫ້ກັບລັດຖະບານຈີນ

ກຸ່ມ ບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ມອບໜ້າກາກ ອານາໄມ ຜ່ານ ສະຖານທູດ ສ ປ ປ ຈີນ ປະຈຳລາວເພື່ອປະກອບສ່ວນໃຫ້ກັບ ລັດຖະບານຈີນ ໃນການຕໍ່ຕ້ານພະຍາດລະບາດ ໂຄໂລນ່າ ສາຍພັນໃໝ່ 2019 ຈຳນວນ 1,000,000 ອັນ

ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ ເຂື່ອນນ້ຳຊຳ3

ພິທີເຊັນສັນຍາ ຊື້-ຂາຍໄຟຟ້າ ເຂື່ອນນ້ຳຊຳ3 ຢູ່ແຂວງ ຫົວພັນ

ໃນໂອກາດສະຫາຍ ຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໄດ້ມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ່ 24-25 ມິຖຸນາ 2019, ໂອກາດນີ້ ສະຫາຍ ຈິງ ດິງ ຢຸງ ຮອງນາຍົກລັດຖະມົນຕີ ສສຫວຽດນາມ ກໍ່ໄດ້ພົບປະກັບ ສະຫາຍ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ເພື່ອເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ພາຍຫລັງສຳເລັດການພົບສອງຝ່າຍຮອງນາຍົກລັດຖະມົນຕີລາວ ແລະ ຫວຽດນາມ ກໍ່ໄດ້ເປັນກຽດເຂົ້າຮ່ວມໃນພິທີເຊັນສັນຍາການຊື້-ຂາຍໄຟຟ້າ ເຂື່ອນໄຟຟ້ານ້ຳຊຳ 3 ລະຫວ່າງ ທ່ານ ພົງສະຫວັດ ເສນາພວນ ອຳນວຍການໃຫຍ່ ບໍລິສັດນ້ຳຊຳ ທີ່ຂຶ້ນກັບ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ແລະ ທ່ານ ເຈີນ ດິງ ເຢີ້ນ ( Mr Tran Dinh Nhan ) ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າ ຫວຽດນາມ, ໂດຍມີພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການເຂື່ອນໄຟຟ້າ ນ້ຳຊຳ3 ຕັ້ງຢູ່ເມືອງຊຳໃຕ້, ແຂວງຫົວພັນ ເຂື່ອນດັ່ງກ່າວເປັນເຂື່ອນຫິນຖົມ ແລະ ລາດໜ້າດ້ວຍເບຕົງ, ມີຄວາມສູງ 120 ແມັດ, ສາມາດເກັບນ້ຳໄດ້ 443 ລ້ານແມັດກ້ອນ, ມີກຳລັງຕິດຕັ້ງ 156 ເມກາວັດ, ສາມາດຜະລິດໄຟຟ້າໄດ້ 626 ກິໂລວັດໂມງຕໍ່ປີ ກະແສໄຟຟ້າສົ່ງຂາຍໄປຫວຽດນາມດ້ວຍລະບົບສາຍສົ່ງ 220 ກິໂລໂວນ, ຄວາມຍາວສາຍສົ່ງຈາກໂຄງການໄປຫາຊາຍແດນ 40 ກິໂລແມັດ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການສືກສາ, ສຳຫລວດຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳບວກ, ນ້ຳປັງ, ນ້ຳກ້ຽວ, ນ້ຳຊາຍ, ນ້ຳໂມ້ 2 A ເມືອງໝອກ ແລະ ນ້ຳຊັນນ້ອຍ ຊາຍແດນ ລະຫວ່າງ ເມືອງ ຄູນ – ເມືອງ ໜອງແຮດ ແຂວງ ຊຽງຂວາງ ລະຫວ່າງ ອົງການປົກຄອງ ແຂວງ ຊຽງຂວາງ, ຕາງໜ້າໂດຍ ພະແນກແຜນການ ແລະ ການລົງທຶນແຂວງ ກັບ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ, ຄັ້ງວັນທີ 14 ກຸມພາ 2020