ເພື່ອເປັນການຍົກລະດັບໃຫ້ແກ່ພະນັກງານພາຍໃນ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ໃຫ້ມີຄວາມຮູ້ ຄວາມສາມາດ ເປັນພະນັກງານທີ່ໄດ້ທັງປະລິມານ ແລະ ຄຸນນະພາບ. ອີງໃສ່ແຜນການຝຶກອົບຮົມພະນັກງານໃນປີ 2024 ໃຫ້ບັນລຸຜົນ ໄດ້ຕາມລະດັບຄາດໝາຍ. ດັ່ງນັ້ນ, ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ຈຶ່ງໄດ້ເຊື້ອເຊີນ ທ່ານ ທອງແດງ ສຸດທິວົງ ຫົວໜ້າ ຂະແໜງຄຸ້ມຄອງການບັນຊີ, ພະແນກການເງິນນະຄອນຫຼວງວຽງຈັນ ມາເປັນວິທະຍາກອນ ຝຶກອົບຮົມໃຫ້ແກ່ພະນັກງານ ນັກສຳມະນາກອນ ພາຍໃນກຸ່ມບໍລິສັດ ພົງຊັບທະວີ ສຳນັກງານໃຫຍ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້: ຫຼັກການລົງບັນຊີທີ່ຖືກຕ້ອງ ຕາມຫຼັກການຂອງ ກົມບັນຊີ ແລະ ສ່ວຍສາອາກອນ. ໂດຍມີພະນັກງານເຂົ້າຮ່ວມຫຼາຍກວ່າ 40 ຄົນ. ເຂົ້າຮ່ວມໃນພິທີເປີດຊຸດຝຶກອົບຮົມໃນຄັ້ງນີ້ ໂດຍມີ: ທ່ານ ບຸນເລີດ ສິນລາດຊະວົງ ຜູ້ອຳນວຍການ ຝ່າຍການເງິນ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດຜູ້ດຽວ ໃຫ້ກຽດກ່າວເປີດ ແລະ ການຝຶກອົບຮົມກໍ່ຈະດຳເນີນໄປທຸກໆວັນເສົາ ເປັນເວລາ 5 ວັນ ຈຶ່ງຈະສຳເລັດ. ຮູບພາບ ແລະ ບົດຂ່າວໂດຍ: ພະແນກ ບຸກຄະລາກອນ ກພຊວ /*! elementor - v3.23.0 - 05-08-2024 */ .elementor-widget-image{text-align:center}.elementor-widget-image a{display:inline-block}.elementor-widget-image a img[src$=".svg"]{width:48px}.elementor-widget-image img{vertical-align:middle;display:inline-block} ...